ຄອບຄົວກໍ່ຍັງເປັນຄອບຄົວ . . . . ຄວາມຮັກກໍ່ຍັງເປັນຄວາມຮັກ . . . .
ພໍ່ແມ່ຫຼາຍຄົນແລະຄອບຄົວຫຼາຍຄອບຄົວມີຄົນທີ່ຕົນເອງຮັກເປັນເລັສບ້ຽນ, ເກ, ຮັກທັງສອງເພດຫຼືຄົນແປງເພດ (LGBT). ເມື່ອຄົນທີ່ຕົນເອງຮັກ ‘ເປີດເຜີຍຕົນເອງ’, ມັນເປັນທໍາມະຊາດທີ່ສະມາຊິກຄອບຄົວຈະຕ້ອງມີຄໍາຖາມ. ເພື່ອໃຫ້ເປັນຈຸດເລີ່ມຕົ້ນກ່າວເຖິງຄໍາຖາມຂອງທ່ານ, ຕໍ່ໄປນີ້ແມ່ນຂໍ້ມູນບາງສິ່ງບາງຢ່າງທີ່ທ່ານຄວນຈະຕ້ອງຮູ້:
-
ຄົນເຮົາເລືອກບໍ່ໄດ້ວ່າຄວນຈະຮັກໃຜຫຼືຮັກແບບໃດ.
ການລະບຸວ່າເປັນ LGBT ບໍ່ແມ່ນເລື່ອງຂອງທາງເລືອກຫຼືໂດຍບັງເອີນ. ບໍ່ແມ່ນມັນເກີດຂຶ້ນມາຈາກການເຂົ້າມາຢູ່ສະຫະລັດ, ອາໄສຢູ່ໃນເມືອງໃຫຍ່, ຫຼືມີໝູ່ເປັນ LGBT. ຕາມຄວາມຈິງແລ້ວນັ້ນ, ປະຊາກອນຊາວອາຊີ-ໝູ່ເກາະປາຊີຟິກ (APPI)ຈໍານວນ 325,000 ຄົນຫຼື 2.8% ທີ່ອາໄສຢູ່ໃນສະຫະລັດໄດ້ຮັບການລະບຸວ່າເປັນ LGBT, ອີງຕາມສະຖາບັນວິນລຽມ (Williams Institute) ຢູ່ທີ່ໂຮງຮຽນກົດໝາຍ UCLA. ໃນຂະນະທີ່ບໍ່ມີຜູ້ໃດຮູ້ແນ່ນອນວ່າຄວາມມັກທາງເພດແລະການກໍານົດທາງເພດນັ້ນຖືກກໍານົດແນວໃດ, ຄົນ LGBT ສ່ວນໃຫຍ່ຮູ້ຈັກຄວາມແຕກຕ່າງຂອງເຂົາເຈົ້າຢູ່ໃນເວລາອາຍຸຍັງນ້ອຍ.
-
ພໍ່ແມ່ແລະລູກທີ່ເປັນ LGBT ຂອງເຂົາເຈົ້າບໍ່ໄດ້ເຮັດອັນໃດຜິດ
ຄວາມຜິດແລະຄວາມອາຍແມ່ນຄວາມຮູ້ສຶກເບື້ອງຕົ້ນທົ່ວໄປສໍາລັບພໍ່ແມ່ຂອງຜູ້ເປັນ LGBT, ແຕ່ພໍ່ແມ່ບໍ່ໄດ້ເປັນສາເຫດເຮັດໃຫ້ລູກຂອງເຂົາເຈົ້າເປັນ LGBT. ເຂົາເຈົ້າບໍ່ມີປັດໃຈທາງດ້ານສະພາບແວດລ້ອມທີ່ສາມາດຈະຮູ້ໄດ້ເຊິ່ງ “ເຮັດໃຫ້” ຜູ້ໃດໜຶ່ງເປັນ LGBT. ການເປັນ LGBT ແມ່ນງ່າຍທີ່ບອກວ່າເດັກຜູ້ໃດເປັນ. ການຄົ້ນຄວ້າພົບວ່າການຍອມຮັບຂອງຄອບຄົວຊ່ວຍເຮັດໃຫ້ສຸຂະພາບແລະຊີວິດການເປັນຢູ່ດີຂຶ້ນ. ຄວາມຮັກແລະຄວາມເອົາໃຈໃສ່ຂອງຄອບຄົວຫຼຸດຜ່ອນພຶດຕິກໍາການທໍາຮ້າຍຕົນເອງທີ່ເປັນຄວາມສ່ຽງເຊັ່ນການໃຊ້ສານຕ້ອງຫ້າມ, ປັດໃຈຄວາມສ່ຽງຕໍ່ສຸຂະພາບ, ແລະການຂ້າຕົວຕາຍ.
-
ຄົນທີ່ເປັນ LGBT ມີຊີວິດທີ່ມີຄວາມສຸກແລະປະສົບຜົນສໍາເລັດ
ຄົນທີ່ເປັນ LGBT ສາມາດເປັນຜູ້ນໍາໃຫ້ມີຊີວິດທີ່ສໍາເລັດຜົນແລະມີສຸຂະພາບດີ. ສະຫະລັດແລະໂລກຂອງເຮົາກໍາລັງປ່ຽນແປງຢ່າງໄວວາ. ຫຼາຍຣັຖແລະຫຼາຍປະເທດຮັບຮູ້ເຣື່ອງການແຕ່ງງານຂອງຄົນເພດດຽວກັນ. ສະຖາບັນວິນລຽມ (Williams Institute) ພົບວ່າ 26% ຂອງຈໍານວນ AAPIs 33,000 ຄົນທີ່ມີຄວາມສໍາພັນເພດດຽວກັນນັ້ນໄຊ້ຊີວິດເປັນພໍ່ຫຼືແມ່ຂອງເດັກນ້ອຍຢູ່. ນອກຈາກນັ້ນ, ບຸກຄົນທີ່ເປັນ LGBT ຍັງມີຄວາມສຸຂກັບອາຊີບທີ່ປະສົບຜົນສໍາເລັດ. ມີທຸລະກິດ, ບໍລິສັດ, ໜ່ວຍງານ, ແລະອົງການບໍ່ຫວັງຜົນກໍາໄລຫຼາຍໆແຫ່ງໃຫ້ການສະນັບສະນູນລູກຈ້າງທີ່ເປັນ LGBT ຂອງເຂົາເຈົ້າຢ່າງເປີດເຜີຍ.
-
ຮີດຄອງປະເພດນີທີ່ນັບຖືກັນມາຫຼາຍຢ່າງກໍາລັງ “ປ່ຽນແປງ” ກໍາລັງມີການຕ້ອນຮັບຄົນທີ່ເປັນ LGBT ເພີ່ມຂຶ້ນ
ນອກຈາກນັ້ນ, ມີຫຼາຍຄວາມເຊື່ອຖືແລະສາສນາທີ່ກໍາລັງປ່ຽນແປງເພື່ອຕ້ອນຮັບຄົນ LGBT ເພີ່ມຂຶ້ນ. ຂໍ້ຄວາມຢູ່ໃນພະຄໍາພີບາງອັນຂຽນໄວ້ເພື່ອອະທິບາຍເຖິງຄວາມຄິດແລະວັດທະນະທັມຂອງເວລາຍຸກສະໃໝນັ້ນໂດຍສະເພາະ. ດຽວນີ້ຄວາມເຊື່ອຖືແລະແນວທາງສາສານຫຼາຍຢ່າງຍອມຮັບວ່າການຮັບເອົາຄົນ LGBT ແມ່ນເພື່ອເນັ້ນຄ່ານິຍົມທາງສາສນາແລະຈິດໃຈໃຫ້ເຂັ້ມແຂງຂຶ້ນເຊັ່ນມີຄວາມເມດຕາສົງສານ, ຄວາມຮັກ, ພະເຈົ້າຜູ້ເມດຕາ, ແລະມີຄວາມເຊື່ອວ່າຄວນຈະປະຕິບັດຕໍ່ຜູ້ອື່ນເໜືອນກັບຢາກໃຫ້ຄົນອື່ນກະທຳກັບໂຕເອງ.
-
ເຮັດໃຫ້ໂລກເປັນບ່ອນທີ່ດີກວ່າກັບທຸກຄົນ
ກົດໝາຍຂອງພົນລະເມືອງຢູ່ຫຼາຍໆເຂດເມືອງແລະຣັຖໃຫ້ການປົກປ້ອງສິດທິຂອງຄົນ LGBT. ເຖິງແນວໃດກໍ່ຕາມ, ການຈຳແກກຜິວພັນແລະການຈຳແນກຄວາມແຕກຕ່າງກັບຄົນກໍ່ຍັງມີຢູ່ໃນສົງຄົມທົ່ວໄປ. ມັນເປັນຄວາມຮັບຜິດຊອບຂອງພວກເຮົາທີ່ຈະສ້າງໂລກທີ່ເຕັມໄປດ້ວຍຄວາມເປັນທັມ, ຄວາມປອດໄພແລະຄວາມເຄົາລົບນັບຖືເຊິ່ງກັນແລະກັນໂດຍບໍ່ຄໍານຶງເຖິງເລື່ອງເຜົ່າພັນ, ເຊື້ອຊາດ, ສາສະໜາ, ບ່ອນທີ່ກໍາເນີດ, ສະຖານະການເຂົ້າເມືອງ, ຄວາມມັກທາງເພດ, ຫຼືການລະບຸທາງເພດ.
-
ໃຫ້ການສຶກສາແກ່ຕົນເອງແລະຜູ້ອື່ນ.
ພວກເຮົາມີການສະນັບສະນູນແລະເປັນທີ່ເພິ່ງໃຫທ່ານ. ກຸ່ມຕ່າງໆເຊັ່ນ PFLAG (ສໍາລັບພໍ່ແມ່, ຄອບຄົວແລະໝູ່ເພື່ອນຜູ້ທີ່ໃຫ້ການສະນັບສະນູນຄົນ LGBT ຜູ້ທີ່ເປັນທີ່ຮັກຂອງເຂົາເຈົ້າ), ພັນທະມິດຊາວເກາະອາຊີປາຊີຟິກເຄຣັຽແຫ່ງຊາດ (NQAPIA) ແລະໂຄງການຄວາມພູມໃຈອາຊີແມ່ນເປັນທີ່ເພິ່ງສໍາລັບທ່ານແລະຄອບຄົວຂອງທ່ານ. ຕິດຕໍ່ຫາເຂົາເຈົ້າໄດ້ທີ່www.pflag.org, www.nqapia.org, www.asianprideproject.org.
ເຈົ້າບໍ່ໄດ້ຢູ່ໂດດດ່ຽວ.
Download the Lao leaflet PDF.
Watch the Lao PSA video.